ກ່ຽວກັບ MitrThai

MitrThai (ມິດໄທ) ເປັນການຮ່ວມມືຂອງຫຼາກຫຼາຍອົງກອນ ທີ່ດຳເນີນການເພື່ອສົ່ງເສີມການຄຸ້ມຄອງ ແລະ ພັດທະນາທັກສະໃຫ້ແກ່ແຮງງານເຄື່ອນຍ້າຍຈາກ ປະເທດກຳປູເຈຍ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປລາວ) ແລະ ມຽນມາ ທີ່ຍ້າຍຖິ່ນຖານມາເຮັດວຽກໃນປະເທດໄທ ໂດຍຜ່ານການເຜີຍແຜ່ຂໍ້ມູນ, ຄວາມຮູ້ ແລະ ຄຳແນະນຳດ້ານກົດໝາຍ ລວມເຖິງການບໍລິການຕ່າງໆ ທີ່ແຮງງານເຄື່ອນຍ້າຍ ສາມາດເຂົ້າເຖິງໄດ້ເຊັ່ນ: ຂໍ້ມູນກ່ຽວກັບການກຽມຕົວກ່ອນເດິນທາງມາເຮັດວຽກໃນປະເທດໄທ, ການເຮັດວຽກ ແລະ ການດຳລົງຊີວິດຢູ່ໃນປະເທດໄທ, ການເຂົ້າເຖິງການບໍລິການດ້ານສຸຂະພາບ, ການສຶກສາ, ການພັດທະນາທັກສະໃຫ້ກົງກັບຕະຫຼາດແຮງງານ, ສິດ ແລະ ການປົກປ້ອງ ໃນກໍລະນີທີ່ແຮງງານຕ້ອງການການຊ່ວຍເຫຼືອ ເຊິ່ງຂໍ້ມູນເຫຼົ່ານີ້ຈະເປັນປະໂຫຍດສຳຫຼັບແຮງງານຂ້າມຊາດ ແລະ ຜູ້ຕິດຕາມ. 

ໜ່ວຍງານທີ່ຂັບເຄື່ອນ MitrThai ປະກອບມີ ໜ່ວຍງານວິຊາການກ່ຽວກັບແຮງງານເຄື່ອນຍ້າຍ (Migrant Working Group ຫຼືMWG), ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (International Organization for Migration ຫຼື IOM), ອົງການສະຫະປະຊາຊາດ ເພື່ອແມ່ຍິງ (UN Women), ຄວິດເຊີ (Quizrr) ແລະ ກຸ່ມມູຟ (MOVE) ເຊິ່ງຮ່ວມມືກັນພາຍໃຕ້ໂຄງການ “ກ​ານ​ຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ​ໂດຍ​ຜ່ານ​ການ​ເຄື່ອນ​ຍ້າຍທີ່​ປອດ​ໄພ, ການ​ພັດ​ທະ​ນາ​ສີ​ມື​ແຮງ​ງານ ແລ​ະ ເພີ່ມ​ທະ​ວີ​ການ​ບັນ​ຈຸ​ວຽກ​ເຮັດ​ງານ​ທຳ​” (PROMISE – Poverty Reduction through Safe Migration, Skills Development and Enhanced Job Placement ໃນ ປະເທດກຳປູເຈຍ, ສປປ ລາວ, ມຽນມາ ແລະ ໄທ) ເຊິ່ງ IOM ດຳເນີນໂຄງການຮ່ວມກັບ UN Women ໂດຍໄດ້ຮັບງົບປະມານສະໜັບສະໜູນຈາກ ອົງການສະວິດເພື່ອການພັດທະນາ ແລະ ການຮ່ວມມື (Swiss Agency for Development and Cooperation ຫຼື SDC)

MWG

ໜ່ວຍງານວິຊາການກ່ຽວກັບແຮງງານເຄື່ອນຍ້າຍ (Migrant Working Group -MWG ) ເກີດຈາກການທີ່ອົງກອນສະມາຊິກເຫັນດີກັບຄວາມບໍ່ເປັນທຳຂອງການຈົດທະບຽນແຮງງານເຄື່ອນຍ້າຍໃນລະບົບປະກັນສັງຄົມ ໃນປີ 2006 ເຊິ່ງເຮັດໃຫ້ອົງກອນຮັບຮູ້ເຖິງຄວາມສຳຄັນຂອງການດຳເນີນວຽກຮ່ວມກັນເປັນເຄືອຂ່າຍ ດັ່ງນັ້ນຈຶ່ງເຫັນດີໃຫ້ມີການປະຊຸມຮ່ວມກັນເດືອນລະຄັ້ງ ຕັ້ງແຕ່ເດືອນກຸມພາ ປີ 2006 ມາຈົນຮອດປັດຈຸບັນຢ່າງຕໍ່ເນື່ອງ ເພື່ອແລກປ່ຽນຂໍ້ມູນ, ວິເຄາະບັນຫາ, ກຳນົດນະໂຍບາຍ ແລະ ກິດຈະກຳ ເພື່ອຈັດຕັ້ງປະຕິບັດຮ່ວມກັນກັບພາກລັດຖະບານ, ພາກວິຊາການ ແລະ ອົງການຈັດຕັ້ງທາງສັງຄົມ ໃນ 3 ບັນຫາຫຼັກໄດ້ແກ່ ສຸຂະພາບ, ການສຶກສາ ແລະ ສິດທິດ້ານແຮງງານ.
ໂດຍມີເປົ້າໝາຍ ເພື່ອໃຫ້ຜູ້ເຄື່ອນຍ້າຍໄດ້ຮັບ/ເຂົ້າເຖິງການປົກປ້ອງສິດ ແລະ ມີຄຸນະພາບຊີວິດທີ່ດີ ໂດຍເຄົາລົບ ກຽດສັກສີຄວາມເປັນມະນຸດ ແລະ ບໍ່ເລືອກປະຕິບັດ.

ຂໍ້ມູນກ່ຽວກັບ MWG ເບິ່ງລະອຽດເພີ່ມເຕີມທີ່  https://www.mwgthailand.org/

IOM

ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ ຫຼື ໄອໂອເອັມ (International Organization for Migration – IOM) ມີສະຖານະເປັນອົງການພິເສດຂອງສະຫະປະຊາຊາດ ດ້ານການຍ້າຍຖິ່ນຖານ. ປະເທດໄທໄດ້ເຂົ້າຮ່ວມເປັນລັດສະມາຊິກຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ ໃນປີ 1986. ປັດຈຸບັນ ໄອໂອເອັມ ປະຈໍາ ປະເທດໄທ ເປັນໜຶ່ງໃນສໍານັກງານທີ່ໃຫຍ່ທີ່ສຸດຂອງໄອໂອເອັມ ໂດຍມີພະນັກງານຫຼາຍກວ່າ 320 ຄົນ ທີ່ດຳເນີນໂຄງການຫຼາຍກວ່າ 35 ໂຄງການ. 
ສຳນັກງານໃຫຍ່ຂອງ ໄອໂອເອັມ ປະຈໍາ ປະເທດໄທ ຕັ້ງຢູ່ໃຈກາງກຸງເທບມະຫານະຄອນ ແລະ ມີສຳນັກງານຍ່ອຍ 8 ແຫ່ງ ຢູ່ຕາມຕົວເມືອງກຸງເທບມະຫານະຄອນ, ຊຽງໃຫມ່, ແມ່ຮ່ອງສອນ, ແມ່ສະລຽງ ແລະ ແມ່ສອດ.
ໜ້າວຽກທີ່ສຳຄັນຂອງ ໄອໂອເອັມ ປະຈໍາ ປະເທດໄທ ໄດ້ແກ່ ການຈັດຕັ້ງປະຕິບັດໂຄງການທີ່ກ່ຽວກັບແຮງງານເຄື່ອນຍ້າຍ, ການເຮັດວຽກຮ່ວມກັບພາກເອກະຊົນ, ການສຳຫຼວດການຍ້າຍຖິ່ນຖານ, ການໃຫ້ຄວາມຊ່ວຍເຫຼືອແກ່ຜູ້ເຄື່ອນຍ້າຍ, ການຕ້ານການຄ້າມະນຸດ, ການຮັບມືກັບສະຖານະການສຸກເສີນ ແລະ ວິກິດການຕ່າງໆ, ການກວດຄົນເຂົ້າເມືອງ ແລະ ການບໍລິຫານຈັດການດ່ານຊາຍແດນ, ສຸຂະພາບຂອງຜູ້ເຄື່ອນຍ້າຍ ແລະ ການຈັດສົ່ງຜູ້ເຄື່ອນຍ້າຍໃນປະເທດທີ່ສາມ.

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ ໄອໂອເອັມ ປະຈຳ ປະເທດໄທ, ກະລຸນາເຂົ້າເບິ່ງທີ່ເວັບໄຊຕ໌ https://thailand.iom.int

UN Women

ອົງການສະຫະປະຊາຊາດ ເພື່ອແມ່ຍິງ (UN Women) ມີພັນທະໃນການເຮັດວຽກເພື່ອສົ່ງເສີມ ການກໍາຈັດການເລືອກປະຕິບັດຕໍ່ແມ່ຍິງ ແລະ ເດັກນ້ອຍຜູ້ຍິງ ດ້ວຍການເສີມສ້າງຄວາມເຂັ້ມແຂງແກ່ແມ່ຍິງ ແລະ ໃຫ້ແມ່ຍິງ ແລະ ກຸ່ມຄົນທຸກເພດໄດ້ຮັບຜົນປະໂຫຍດຈາກການພັດທະນາ, ສິດທິມະນຸດ, ສັນຕິພາບ ແລະ ຄວາມໝັ້ນຄົງຢ່າງເທົ່າທຽມກັນ. ການເສີມສ້າງຂີດຄວາມສາມາດເພື່ອໃຫ້ເກີດຄວາມສະເໝີພາບທາງດ້ານເສດຖະກິດຂອງແມ່ຍິງ ເປັນສິ່ງທີ່ສຳຄັນທີ່ສຸດບົນພື້ນຖານການເຮັດວຽກໃນປັດຈຸບັນ ລວມທັງແຮງງານເຄື່ອນຍ້າຍ ແມ່ນມີບົດບາດສຳຄັນຫຼາຍຂຶ້ນ ໃນການຂັບເຄື່ອນການພັດທະນາຂອງປະເທດ ທັງໃນລະດັບບຸກຄົນ ແລະ ໃນລະດັບສັງຄົມ

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ UN Women ສາມາດເບິ່ງໄດ້ທີ່ https://asiapacific.unwomen.org

Quizrr

ຄວິດເຊີ ເປັນດິຈິຕອນແພັດຟອມເລື່ອງຄວາມຍືນຍົງທາງສັງຄົມ.
ຄວິດເຊີ ນຳສະເໜີນະວັດຕະກຳການອົບຮົມແບບດິຈິຕັລ ເພື່ອພັດທະນາເລື່ອງຄວາມຮັບຜິດຊອບທາງສັງຄົມໃນສາຍການຜະລິດຂອງໂລກ. ເຮົາຊ່ວຍສະໜອງການສຶກສາໃຫ້ແກ່ແຮງງານທົ່ວໂລກ ກ່ຽວກັບຫົວຂໍ້ ສິດ ແລະ ຄວາມຮັບຜິດຊອບ, ສຸຂະພາບ ແລະ ຄວາມປອດໄພ, ການຈ້າງງານທີ່ມີຈັນຍາບັນ, ການໂອ້ລົມໃນສະຖານທີ່ເຮັດວຽກ ແລະ ອີກຫຼາກຫຼາຍຫົວຂໍ້.
ມີຮູບແບບການຮຽນຮູ້ທີ່ໃຊ້ງານງ່າຍ ປະກອບດ້ວຍໜັງເລື່ອງ ແລະ ຄຳຖາມທີ່ຈະຊ່ວຍເຮັດໃຫ້ການອົບຮົມໃຫ້ກັບແຮງງານທຸກລະດັບມີປະສິດທິພາບ ໂດຍມີປະເດັນ ແລະ ມຸມມອງທາງສັງຄົມ ເຊິ່ງເປັນອົງປະກອບສຳຄັນຂອງການຜະລິດທີ່ຍືນຍົງ, ອ່ານເພີ່ມເຕີມໄດ້ທີ່ www.quizrr.se

MOVE Group

MOVE ແມ່ນໂຄງການລິເລີ່ມຂອງບັນດາຫຸ້ນສ່ວນຫຼາຍຝ່າຍທີ່ລວມຕົວເຂົ້າກັນເປັນໜຶ່ງດຽວຂອງໜ່ວຍງານເອກະຊົນ ແລະ ອົງກອນບໍ່ຫວັງຜົນກຳໄລ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ກັບແຮງງານຂ້າມຊາດຕາມຕ່ອງສໍ້ການຜະລິດລະດັບສາກົນຜ່ານການຝຶກອົບຮົມດີຈິຕອນທີ່ສາມາດເຂົ້າເຖິງໄດ້ງ່າຍ. ຈຸດປະສົງຫຼັກກໍຄື ການເປີດໂຕແຫຼ່ງຂໍ້ມູນການຝຶກອົບຮົມດີຈິຕອນໃນຕະຫຼາດປະເພດຕ່າງໆ, ໂດຍການຝຶກອົບຮົມແມ່ນຈະເນັ້ນໃສ່ດ້ານສິດ ແລະໜ້າທີ່ຄວາມຮັບຜິດຊອບທີ່ກ່ຽວຂ້ອງກັບໜ້າວຽກ. ການຝຶກອົບຮົມໃນຮູບແບບຫຼາກຫຼາຍພາສາທີ່ຕ່າງກັນ ມີພື້ນຖານມາຈາກຮູບເງົາສັ້ນ, ພາບເຄື່ອນໄຫວແອນິເມຊັ່ນ ແລະ ການຕອບຄຳຖາມ, ພ້ອມທັງມີຟັງຊັ່ນການພາກສຽງສຳລັບຜູ້ໃຊ້ທີ່ມີລະດັບຄວາມຮູ້ບໍ່ສູງ. ໂປຣແກມທົດລອງຊຸດທຳອິດຂອງ MOVE ໄດ້ແກ່ແອັບເທິງໂທລະສັບມືຖືທີ່ໃຊ້ສຳລັບແຮງງານຂ້າມຊາດໃນປະເທດໄທ ໂດຍເນັ້້ນກ່ຽວກັບ Covid -19 ແລະ ສິດຂອງຜູ້ອອກແຮງງານ. ສາມາດດາວໂຫຼດແອັບຜ່ານ QR code ໃນ mitrthai.com ແລະ ຊ່ອງທາງອື່ນໆທີ່ສາມາດເຂົ້າເຖິງແຮງງານຂ້າມຊາດໄດ້. ນອກຈາກຈະເປັນການເພີ່ມຂີດຄວາມສາມາດໃຫ້ແກ່ບັນດາແຮງງານຂ້າມຊາດດ້ວຍຂໍ້ມູນທີ່ສາມາດເຂົ້າເຖິງ ແລະ ໜ້າເຊື່ອຖືໄດ້ແລ້ວ, ແອັບມືຖື ແລະ mitrhthai.com ຍັງມີຈຸດປະສົງເພື່ອເສີມສ້າງຂີດຄວາມສາມາດດ້ານດີຈິຕອນໃຫ້ກັບກຸ່ມເປົ້າໝາຍ; ເຊັ່ນ ແຮງງານຂ້າມຊາດຈາກກຳປູເຈຍ, ລາວ ແລະ ມຽນມາ. MOVE ແມ່ນສ່ວນຂະຫຍາຍຂອງກຸ່ມ Nordic Initiative, ຖືເປັນການຮ່ວມມືທີ່ປະສົບຜົນສຳເລັດ ເຊິ່ງສ້າງຕັ້ງຂຶ້ນໃນປີ 2017 ໂດຍ Axfoundation, Quizrr ແລະ ບໍລິສັດຂາຍຍ່ອຍອາຫານຂອງຊາວນໍດິກ 10 ແຫ່ງ. ໂຄງການນີ້ໄດ້ມີການພັດທະນາການຝຶກອົບຮົມ Quizrr ເທິງແທັບເລັດດີຈິຕອນສຳລັບແຮງງານໃນການຈັດຫາໂຮງງານໃນປະເທດໄທ. ປັດຈຸບັນນີ້, MOVE ລວມທັງບັນດາບໍລິສັດໃນທຸກພາດອຸດສາຫະກຳ ແລະ ການເຂົ້າເຖິງແຮງງານທຸກລະດັບ, ບໍ່ວ່າຈະຢູ່ໃນລະຫວ່າງການດຳເນີນງານ ຫຼື ຊ່ວງການຈັດສົ່ງ. Axfoundation ເປັນຜູ້ປະສານງານຫຼັກຂອງ MOVE ແລະ ຫຸ້ນສ່ວນຕ່າງໆໄດ້ແກ່ Axfood, Electrolux, HP, IOM ແລະ Unil Norway. ຜູ້ໃຫ້ບໍລິການດ້ານເຕັກນິກລວມມີ Quizrr ແລະ Ulula. Quizzr ໃນນາມບໍລິສັດເຕັກໂນໂລຢີດ້ານການສຶກສາຂອງສະວີເດັນ ໄດ້ມີການພັດທະນາການຝຶກອົບຮົມໃນການຈັດຫາບຸກຄະລາກອນດ້ວຍຄວາມເປັນທຳ, ສຸຂະພາບ ແລະ ຄວາມປອດໄພ, ນະໂຍບາຍ ແລະ ສະຖານທີ່ເຮັດວຽກ ແລະອື່ນໆ. Ulula ໃນນາມບໍລິສັດຂອງຊາວແຄນາດາ ໄດ້ມີການພັດທະນາຟັງຊັ່ນການສຳຫຼວດແຮງງານໃນແອັບມືຖື ເພື່ອເຮັດໃຫ້ຜູ້ໃຊ້ສາມາດສື່ສານຄວາມຕ້ອງການ ແລະ ຄວາມທ້າທາຍກັບ MOVE. ສຶກສາເພີ່ມເຕີມໄດ້ທີ່ axfoundation.se/move

Ulula

Ulula ແມ່ນຊອຟແວຣ໌ ແລະ ແພລດຟອມການວິເຄາະ ທີ່ໃຊ້ປະໂຫຍດຈາກເຕັກໂນໂລຊີດີຈິຕອນ ເພື່ອຂະຫຍາຍສຽງຂອງແຮງງານ ແລະ ຊຸມຊົນ. ພວກເຮົາໄດ້ຈັດຫາຂໍ້ມູນເຊີງເລິກແບບຣຽລທາມແກ່ບໍລິສັດ ໃນການກວດສອບ ແລະຫຼຸດຜ່ອນຄວາມສ່ຽງທາງສັງຄົມ ແລະສ້າງຕ່ອງໂສ້ການຜະລິດໃນທົ່ວໂລກທີ່ມີຄວາມຮັບຜິດຊອບໃນທຸກພາກສ່ວນ. Ulula ຕັ້ງຢູ່ ໂຕຣອນໂຕ, New York ແລະ Lyon, ດຳເນີນງານຫຼາຍກວ່າ 25 ປະເທດ ແລະມີສ່ວນຮ່ວມກັບບັນດາຫຸ້ນສ່ວນຕ່າງໆລາຍກວ່າ 1 ລ້ານຄົນໃນທົ່ວໂລກ. ສຳລັບຂໍ້ມູນເພີ່ມເຕີມສາມາດເຂົ້າເບິ່ງໄດ້ທີ່ www.ulula.com

ພວກເຮົາມີຄວາມຮູ້ສຶກຕື່ນເຕັ້ນທີ່ໄດ້ຮ່ວມມືກັບ IOM ແລະ Quizrr ເພື່ອນຳສະເໜີຊຸດເຄື່ອງມື ເພື່ອສະໜັບສະໜູນອົງການຈັດຕັ້ງທາງສັງຄົມ ແລະ ແຮງງານຂ້າມຊາດ ເຊິ່ງສາມາດເຂົ້າເຖິງຂໍ້ມູນທີ່ກ່ຽວຂ້ອງ ແລະລາຍງານກ່ຽວກັບສະພາບການເຮັດວຽກຂອງພວກເຂົາໄດ້ – Antoine Heuty, CEO ແຫ່ງ Ulula

Axfood

Axfood ເປັນບໍລິສັດຂອງປະເທດສະວີເດັນທີ່ໃຫຍ່ເປັນອັນດັບສອງໃນເລື່ອງການຄ້າສິນຄ້າອຸປະໂພກ ບໍລິໂພກ ໂດຍມີບໍລິສັດໃນເຄືອຄື Willys, Hemköp, Tempo, Axfood Snabbgross, Mat.se ແລະ Middagsfrid. ຄວາມຍືນຍົງຄືສ່ວນສຳຄັນໃນການເຮັດທຸລະກິດ ແລະ ເປັນຫຼັກການໃນການເຮັດທຸລະກິດຂອງບໍລິສັດ. ວິໄສທັດຂອງເຮົາຄືການເປັນຜູ້ນໍາດ້ານອາຫານທີ່ດີ ແລະ ຍືນຍົງ.

ກ່ຽວກັບ UNIL

Unil AS ຢູ່ໃນກຸ່ມຂອງ Norges Gruppen ເຊິ່ງເປັນຜູ້ຄ້າສິນຄ້າອຸປະໂພກບໍລິໂພກລາຍໃຫຍ່ທີ່ສຸດຂອງປະເທດນໍເວ Unil AS ຮັບຜິດຊອບເລື່ອງການນຳເຂົ້າ, ຈັດຊື້ ແລະ ເຮັດການຕະຫຼາດສຳລັບສິນຄ້າຂອງກຸ່ມ NorgesGruppen ເຊິ່ງມີປະມານ 4000 ລາຍການ ສິນຄ້າຂອງເຮົາຂາຍໃຫ້ກັບທັງຮ້ານຄ້າ ແລະ ຮ້ານອາຫານ ສ່ວນການຈັດລ້ຽງ ລວມເຖິງຮ້ານຄ້າໃນສະຖານີນ້ຳມັນ, ຮ້ານອາຫານ, ໂຮງອາຫານ, ແລະ ໂຮງແຮມ ແລະ ຮ້ານອາຫານຈານດ່ວນ.

HP

ບໍລິສັດ HP ແມ່ນຜູ້ສ້າງເຕັກໂນໂລຊີເຊິ່ງເຮັດໃຫ້ຊີວິດດີຂຶ້ນສຳລັບທຸກຄົນ, ທຸກບ່ອນ, ທຸກອົງການຈັດຕັ້ງ ແລະ ທຸກຊຸມຊົນທົ່ວໂລກ. ຜ່ານຜົນງານຜະລິດຕະພັນເຄື່ອງພິມ, PC, ອຸປະກອນມືຖື, ໂຊລູຊັ່ນ, ແລະການບໍລິການ, ພວກເຮົາລ້ວນແຕ່ໄດ້ສ້າງປະສົບການທີ່ໜ້າປະທັບໃຈ.

ດ້ວຍການດຳເນີນໂຄງການທີ່ກວມເອົາຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ພວກເຮົາມຸ່ງໝັ້ນເພື່ອຈະສ້າງຄວາມໝັ້ນໃຈວ່າພະນັກງານທຸກຄົນທີ່ຊ່ວຍໃນການນຳເອົາຜະລິດຕະພັນຂອງພວກເຮົາອອກສູ່ຕະລາດ ຈະໄດ້ຮັບການປະຕິບັດຕໍ່ດ້ວຍຄວາມເຄົາລົບ ແລະມີກຽດສັກສີ, ແລະ ຜູ້ຈັດຫາຜະລິດຕະພັນ ແລະບໍລິການຂອງພວກເຮົາກໍປຽບເໝືອນຫຸ້ນສ່ວນຂອງພວກເຮົາໃນການສ້າງອະນາຄົດຢ່າງຍືນຍົງຍິ່ງຂຶ້ນສຳລັບທຸກຄົນໃນອະນາຄົດ. ເພື່ອເປັນການສະໜັບສະໜູນແຮງງານຂ້າມຊາດໃນປະເທດໄທ ເພື່ອໃຫ້ສາມາດເຂົ້າເຖິງຂໍ້ມູນງ່າຍຂຶ້ນເຊິ່ງເປັນຂໍ້ມູນທີ່ກ່ຽວຂ້ອງກັບ COVID-19 ລວມທັງສິດທີ່ຈະໄດ້ຮັບ, ບໍລິສັດ HP ຍິນດີທີ່ຈະເຂົ້າຮ່ວມໂຄງການຂ້າມຜ່ານອຸດສາຫະກຳນີ້ ເຊິ່ງຈະເປັນປະໂຫຍດຕໍ່ແຮງງານທຸກຄົນໃນປະເທດໄທ.